ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນນາຍທະຫານຊັ້ນພັນຕີຂຶ້ນຊັ້ນພັນໂທໃຫ້ບັນດາກົມກອງເຂດໃຈກາງ


     ພິທີປະກາດເລື່ອນຊັ້ນນາຍທະຫານຊັ້ນພັນຕີຂຶ້ນຊັ້ນພັນໂທ ໃຫ້ບັນດາກົມກອງເຂດໃຈກາງ 1 ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2024 ນີ້,
ໂດຍການເປັນປະທານຂອງສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ມີຄະນະພັກ-ຄະນະບັນຊາກົມກອງທີ່ກ່ຽວຂ້ອງ ພ້ອມດ້ວຍນາຍທະຫານ ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນ
ປະເທດ ວ່າດ້ວຍການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ ບັນດາກົມກອງຢູ່ເຂດໃຈກາງ1 ແລະ ອີງຕາມກົດໝາຍນາຍທະຫານກອງທັບ
ປະຊາຊົນລາວ( ສະບັບປັບປຸງ )ໃນພາກທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານບັນດາກົມກອງເຂດ
ໃຈກາງ ກະຊວງປ້ອງກັນປະເທດຕົກລົງເລື່ອນຊັ້ນນາຍທະຫານຊັ້ນພັນຕີຂຶ້ນຊັ້ນພັນໂທ ຈຳນວນ 60 ສະຫາຍ.

     ໂອກາດດັ່ງກ່າວ, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສຳຄັນຕໍ່ນາຍທະຫານ ທີ່
ໄດ້ຮັບການເລື່ອນຊັ້ນໃຫມ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ພ້ອມກັນຍົກສູງຄວາມຮັບ
ຜິດຊອບໜ້າທີ່ການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນແຟ້ນ, ປັບ
ປຸງແບບແຜນວິທີເຮັດວຽກໃຫ້ຮັດກຸມ, ບັນຫາສຳຄັນພື້ນຖານຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ແບ່ງ
ໃຫ້ບຸກຄົນຮັບຜິດຊອບ, ແບບແຜນການເຮັດວຽກຕ້ອງມີຂັ້ນຕອນ, ມີຈຸດສຸມ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງຂັ້ນ
ເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 16/01/2024